Go to content

2024 NSW Local Government elections |

ການເລືອກຕັ້ງລັດຖະບານທ້ອງຖິ່ນຂອງລັດ NSW 2024

ການເລືອກຕັ້ງລັດຖະບານທ້ອງຖິ່ນຂອງລັດ NSW ຈະມີຂຶ້ນໃນວັນເສົາ, ທີ 14 ເດືອນກັນຍາ 2024. ການລົງຄະແນນສຽງແມ່ນເປັນການບັງຄັບ.

On this page

ຂໍ້ມູນກ່ຽວກັບການເລືອກຕັ້ງລັດຖະບານທ້ອງຖິ່ນ

ລັດນິວຊາວທ໌ແວລໄດ້ຖືກແບ່ງອອກເປັນ 128 ເຂດລັດຖະບານທ້ອງຖິ່ນ ທຸກໆເຂດລັດຖະບານທ້ອງຖິ່ນແມ່ນຖືກບໍລິຫານໂດຍເທສະບານ ແລະ ຜູ້ລົງຄະແນນສຽງໃນແຕ່ລະເຂດເລືອກເອົາຜູ້ທີ່ຈະຕາງໜ້າໃຫ້ເຂົາເຈົ້າໃນເທສະບານ. ສະມາຊິກຂອງເທສະບານທີ່ຖືກເລືອກເອົາເອີ້ນວ່າຜູ້ແທນເທສະບານ (councillors) ແລະຜູ້ນຳຂອງເທສະບານແມ່ນ ເຈົ້າເມືອງ (mayor). 

ລັດຖະບານທ້ອງຖິ່ນບາງເຂດຖືກແບ່ງອອກເປັນ ທ້ອງທີ່. ຖ້າທ່ານອາໄສຢູ່ໃນເຂດເທສບານທີ່ຖືກແບ່ງໄວ້, ທ່ານກໍລົງຄະແນນສຽງຢູ່ໃນທ້ອງທີ່ ເຊິ່ງທ່ານໄດ້ລົງທະບຽນໄວ້ແລ້ວເທົ່ານັ້ນ.

ຜູ້ລົງຄະແນນສຽງບາງຄົນກໍລົງຄະແນນສຽງເພື່ອເລືອກເອົາເຈົ້າເມືອງຂອງຕົນເຊັ່ນກັນ. ຢູ່ໃນເຂດອື່ນໆ, ເຈົ້າເມືອງແມ່ນຖືກເລືອກເອົາໂດຍຜູ້ແທນເທສະບານທີ່ໄດ້ຖືກເລືອກເຂົ້າໄປ.

ພາລະໜ້າທີ່ຂອງຜູ້ແທນເທສະບານ

ພາລະໜ້າທີ່ຂອງຜູ້ແທນເທສະບານໃນລັດນິວຊາວທ໌ແວລແມ່ນເບິ່ງແຍງຄວາມຮຽກຮ້ອງຕ້ອງການຂອງຊຸມຊົນໃນຕົວເມືອງຫຼືໃນທ້ອງຖິ່ນໃດໜຶ່ງ. 

ຄວາມຮັບຜິດຊອບຂອງເທສະບານປະກອບດ້ວຍ:

  • ການວາງແຜນແລະການຕັດສິນການແບ່ງເຂດ
  • ພື້ນຖານໂຄງລ່າງຖະໜົນແລະນ້ຳໃນທ້ອງຖິ່ນ
  • ຫ້ອງສະໝຸດ, ສະຖານທີ່ຫຼິ້ນກິລາ ແລະ ສວນສາທາລະນະ
  • ການເກັບຂີ້ເຫຍື້ອໃນເຮືອນຄົນແລະການໝູນໃຊ້ຂີ້ເຫຍື້ອ. 

ຂ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ອຍຕ້ອງໄປລົງຄະແນນສຽງ? 
(ລົງທະບຽນເພື່ອລົງຄະແນນສຽງ)

ທ່ານຕ້ອງລົງທະບຽນເພື່ອລົງຄະແນນສຽງຖ້າວ່າທ່ານອາຍຸ 18 ປີ ຫຼືໃຫຍ່ກວ່ານັ້ນ ແລະເປັນຄົນສັນຊາດອອສເຕຣລຽນ. 

ການລົງຄະແນນສຽງເປັນການບັງຄັບ. ການລົງຄະແນນສຽງເປີດໂອກາດໃຫ້ທ່ານເລືອກເອົາຄົນເຂົ້າໄປຕາງໜ້າທ່ານໃນລັດຖະບານກາງ, ລັດຖະບານປະຈຳລັດ ແລະ ລັດຖະບານທ້ອງຖິ່ນ. 

ທ່ານສາມາດລົງທະບຽນເພື່ອລົງຄະແນນສຽງໄດ້ ຖ້າວ່າທ່ານ:

  • ເປັນຄົນສັນຊາດອອສເຕຣລຽນ, ແລະ
  • ມີອາຍຸ 16 ປີ ຫຼື ໃຫຍ່ກວ່າ (ແຕ່ວ່າທ່ານບໍ່ສາມາດລົງຄະແນນສຽງໄດ້ຈົນກວ່າທ່ານຮອດອາຍຸ 18 ປີ), ແລະ
  • ໄດ້ຢູ່ທີ່ຢູ່ປັດຈຸບັນຂອງທ່ານເປັນເວລາຢ່າງນ້ອຍໜຶ່ງເດືອນ.

ທ່ານສາມາດລົງທະບຽນເພື່ອລົງຄະແນນສຽງ ຫຼື ອັບເດດລາຍລະອຽດການລົງທະບຽນໄດ້ທີ່ ເວັບໄຊ້ຂອງກຳມາທິການເລືອກຕັ້ງແຫ່ງປະເທດອອສເຕຣເລັຍ , ຫຼື ຕື່ມເຈັ້ຍຟອມ

ເມື່ອການລົງທະບຽນຂອງທ່ານສຳເລັດລົງແລ້ວ, ທ່ານຈະໄດ້ຮັບການຢັ້ງຢືນກ່ຽວກັບຊື່ຂອງທ່ານເພາະຊື່ຂອງທ່ານຈະຂຶ້ນຢູ່ໃນລາຍຊື່ເລືອກຕັ້ງ, ແລະ ຈະບັນທຶກດ້ວຍວ່າທ່ານໄດ້ລົງທະບຽນກັບເຂດໃດຂອງລັດຖະບານກາງ, ເຂດໃດຂອງລັດຖະບານປະຈຳລັດ, ແລະ ເຂດໃດຂອງລັດຖະບານທ້ອງຖິ່ນ. 

ຂັ້ນຕອນການລົງທະບຽນແມ່ນເປັນພາສາອັງກິດ. 

ທາງເລືອກຕ່າງໆໃນການລົງຄະແນນສຽງ

ມີທາງເລືອກຫຼາຍຢ່າງໃນການລົງຄະແນນສຽງສຳລັບການເລືອກຕັ້ງລັດຖະບານທ້ອງຖິ່ນຂອງລັດ NSW 2024.

ສຳລັບການເລືອກຕັ້ງຄັ້ງນີ້, ທ່ານສາມາດລົງຄະແນນສຽງໄດ້: 

  • ດ້ວຍຕົນເອງກ່ອນມື້ເລືອກຕັ້ງທີ່ສະຖານທີ່ປ່ອນບັດລ່ວງໜ້າ (ຖ້າທ່ານມີສິດ), ຫຼື
  • ດ້ວຍຕົນເອງໃນມື້ເລືອກຕັ້ງ, ຫຼື
  • ທາງໄປສະນີ (ຖ້າທ່ານມີສິດ).

ເພື່ອກວດເບິ່ງວ່າທ່ານສາມາດລົງຄະແນນສຽງໃນມື້ເລືອກຕັ້ງຫຼືກ່ອນຍາມເລືອກຕັ້ງໄດ້ຢູ່ໃສນັ້ນໃຫ້ທ່ານຕີທີ່ຢູ່ຂອງທ່ານລົງໃນບ່ອນທີ່ຂຽນວ່າຊອກຫາທີ່ຢູ່ ທີ່ນີ້ 

ໃຫ້ຕີທີ່ຢູ່ບ່ອນທີ່ທ່ານລົງທະບຽນເພື່ອເລືອກຕັ້ງເພື່ອຊອກຫາລາຍຊື່ຂອງສະຖານທີ່ປ່ອນບັດ ແລະ ຂໍ້ມູນກ່ຽວກັບຊົ່ວໂມງເປີດຂອງສະຖານທີ່ແຕ່ລະແຫ່ງແລະການເຂົ້າເຖິງ. 

ຖ້າທ່ານເປັນຄົນຕາບອດຫຼືສາຍຕາເຫັນບໍ່ດີ, ທ່ານສາມາດລົງຄະແນນສຽງໂດຍການໃຊ້ໂທລະສັບທີ່ມີໂອເປຣາເຕີຊ່ວຍ ໂດຍໂທຫາ 1300 248 683 ເພື່ອລົງທະບຽນແລະລົງຄະແນນສຽງ.

ທ່ານສາມາດລົງຄະແນນສຽງໄດ້ແຕ່ພຽງຄັ້ງດຽວໃນການເລືອກຕັ້ງນີ້.

ເຈັ້ຍປ່ອນບັດສຳລັບການເລືອກຕັ້ງເທສະບານທ້ອງຖິ່ນ

ເມື່ອຮອດຍາມລົງຄະແນນສຽງ, ທ່ານຈະໄດ້ເຈັ້ຍປ່ອນບັດໃບໜຶ່ງຫຼືຫຼາຍກວ່ານັ້ນເພື່ອເອົາມາຕື່ມ, ຂຶ້ນກັບວ່າທ່ານໄດ້ລົງທະບຽນເພື່ອລົງຄະແນນສຽງກັບເຂດເທສະບານຫຼືທ້ອງທີ່ໃດ.  

ຜູ້ລົງຄະແນນສຽງທຸກຄົນຈະໄດ້ເຈັ້ຍປ່ອນບັດເລືອກເອົາຜູ້ແທນເທສະບານໃບໜຶ່ງເພື່ອເອົາມາຕື່ມ.  ທ່ານອາດຈະໄດ້ຮັບເຈັ້ຍປ່ອນບັດເອົາເຈົ້າເມືອງ, ເຈັ້ຍລົງປະຊາມະຕິ ແລະ/ຫຼື ເຈັ້ຍປ່ອນບັດອອກສຽງ ຕື່ມອີກ.

ໃຫ້ອ່ານຄຳແນະນຳຢູ່ເທິງເຈັ້ຍປ່ອນບັດແຕ່ລະໃບຢ່າງລະມັດລະວັງ. ຄຳແນະນຳແມ່ນຂຽນໄວ້ເປັນພາສາອັງກິດ.
 
 ໂປຼດຈຳໄວ້ດ້ວຍວ່າ, ຖ້າທ່ານໄປລົງຄະແນນສຽງດ້ວຍຕົນເອງ ແລະ ຕ້ອງການຄວາມຊ່ວຍເຫຼືອ, ຈົ່ງຂໍໃຫ້ພະນັກງານເລືອກຕັ້ງຈັດຫານາຍແປພາສາທາງໂທລະສັບໃຫ້ທ່ານ. ນອກນີ້ ທ່ານກໍຍັງສາມາດເອົາໝູ່ເພື່ອນ, ຄົນໃນຄອບຄົວ ຫຼື ຜູ້ດູແລຂອງທ່ານມານຳ ເພື່ອໃຫ້ເຂົາເຈົ້າອະທິບາຍຄຳແນະນຳຂັ້ນຕອນການປ່ອນບັດໃຫ້ທ່ານ.

ຜູ້ແທນເທສະບານ

ບາງເທສະບານໄດ້ຖືກແບ່ງອອກເປັນເຂດນ້ອຍໆເອີ້ນວ່າ ທ້ອງທີ່. ຖ້າທ່ານອາໄສຢູ່ໃນທ້ອງທີ່ໃດໜຶ່ງຂອງເທສະບານເຫຼົ່ານີ້, ທ່ານຈະໄດ້ລົງຄະແນນສຽງເອົາບັນດາຜູ້ແທນເທສະບານໄປຕາງໜ້າໃຫ້ຢູ່ໃນທ້ອງທີ່ຂອງທ່ານ, ເຊິ່ງພວກເພິ່ນຈະໄປຮ່ວມກັບຜູ້ແທນເທສະບານຈາກທ້ອງທີ່ອື່ນໆໃນເທສະບານ.

ໃນບາງເທສະບານ, ເຈັ້ຍປ່ອນບັດຈະມີເສັ້ນໜາເສັ້ນໜຶ່ງຂີດຜ່ານຂັ້ນເຈັ້ຍ, ແລະມີປ່ອງຫຼາຍປ່ອງສຳລັບໃຫ້ເລືອກຢູ່ເທິງແລະຢູ່ລຸ່ມເສັ້ນນັ້ນ. ຢູ່ເທິງເຈັ້ຍປ່ອນບັດດັ່ງກ່າວນີ້, ທ່ານສາມາດຂີດໝາຍໃສ່ຕາມລຳດັບຄວາມມັກຂອງທ່ານຢູ່ປ່ອງທີ່ຢູ່ເທິງເສັ້ນ, ຫຼືຢູ່ລຸ່ມເສັ້ນ. ໃຫ້ອ່ານຄຳແນະນຳຢ່າງລະມັດລະວັງ.

ເຈົ້າເມືອງ

ໃນບາງເທສະບານ, ເຈົ້າເມືອງຖືກເລືອກເອົາໂດຍບັນດາຜູ້ແທນເທສະບານ ຫຼັງຈາກ ການເລືອກຕັ້ງ.

ໃນເທສະບານແຫ່ງອື່ນ, ເຈົ້າເມືອງຖືກເລືອກເອົາໂດຍຜູ້ລົງຄະແນນສຽງໂດຍຕົງ. ຜູ້ລົງຄະແນນສຽງໃນເຂດເທສະບານດັ່ງກ່າວ ຈະໄດ້ຮັບເຈັ້ຍປ່ອນບັດສຳລັບເລືອກເອົາເຈົ້າເມືອງມາຕື່ມອີກ.

ການລົງປະຊາມະຕິ ຫຼື ຄວາມເຫັນ

ບາງເທສະບານອາດຈະຈັດໃຫ້ມີການລົງປະຊາມະຕິເພື່ອໃຫ້ມີການປ່ຽນແປງທີ່ອາດເກີດຂຶ້ນໄດ້ກ່ຽວກັບໂຄງຮ່າງຂອງເທສະບານ, ຫຼື ການຂໍຄວາມເຫັນກ່ຽວກັບປະເດັນໃດໜຶ່ງໃນຊຸມຊົນຂອງທ່ານ.

ເພື່ອຕື່ມເຈັ້ຍລົງປະຊາມະຕິ ຫຼື ຂໍຄວາມເຫັນ, ໃຫ້ເຮັດຕາມຄຳແນະນຳເພື່ອໝາຍເອົາ ‘YES’ ຫຼື ‘NO’.